ປະເທດລາວ

ປະເທດລາວເປັນປະເທດໜຶ່ງທີ່ມີວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມທີ່ເປັນເອກະລັກຂອງຕົນເອງເຊິ່ງສະແດງອອກບ່ອນວ່າ: ການນຸ່ງຖື່,ການເວົ້າຈາທັກທາຍຕ່າງໆໂດຍການນົບໄຫວ້.
ປະເທດລາວເປັນປະເທດໜຶ່ງທີ່ຕັ້ງຢູ່ໃຈກາງຂອງແຫຼມອິນດູຈີນເຂດບົວໂມງທີ7ຂອງໂລກຢູ່ໃນພາກພື້ນອາຊີອາຄະເນ,ປະເທດລາວມີສາຍແດນຕິດກັບ 5 ປະເທດຄື: ທິດເໜືອຕິດກັບ ສປ ຈີນ, ທິດຕາເວັນຕົກສຽງເໜືອຕິດກັບ ມຽນມ້າ, ທິດໃຕ້ຕິດກັບ ກຳປູເຈຍ, ທິດຕາເວັນອອກຕິດກັບ ສສ ຫວຽດນາມ, ທິດຕາເວັດຕົກຕິດກັບ ລາຊະອານາຈັກໄທ.
ນອກນີ້ປະເທດລາວປະກອບ 17 ແຂວງ 1 ນະຄອນຫຼວງ ແລະ ມີ 148 ຕົວເມືອງ. ເຊິ່ງໃນນັ້ນປະເທດລາວມີເນື້ອທີ່ທັງໝົດ 236.800 ຕາຕະລາງກິໂລແມັດ.
ປະຕູໄຊແມ່ນປູສະນີຍະສະຖານໜຶ່ງຂອງຄົນລາວທີ່ຕັ້ງຢູ່ຖະໜົນລາວລ້ານຊ້າງເລກທີ 13. ເຊິ່ງເປັນຈຸດທີ່ຜົນເດັ່ນຂອງປະເທດລາວທີ່ສະແດງໃຫ້ຮູ້ເຖິງຄວາມເປັນລາວ.

Comments